ໃນກາງເດືອນພຶດສະພານີ້, ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ (ສປປລາວ) ແລະ ບໍລິສັດ ອັລເຕີຣ໌ວິມ ຈຳກັດ (ຣາຊະອານາຈັກໄທ) ເຊິ່ງເປັນບໍລິສັດໃນກຸ່ມບໍລິສັດ ຈະເລີນ ໂພກະພັນ ຫຼື ຊີພີ ກຣຸ໊ບ ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນພັດທະນາໂຄງການພະລັງງານໄຟຟ້າສະອາດຢູ່ ສປປ ລາວ. ຂໍ້ລິເລີ່ມດັ່ງກ່າວລວມມີພະລັງງານໄຟຟ້ານ້ຳຕົກ, ພະລັງງານລົມ ແລະ ພະລັງງານແສງຕາເວັນ, ຄຽງຄູ່ກັບການລົງທຶນໃນ AI, ສູນຂໍ້ມູນ ແລະ ພື້ນຖານໂຄງລ່າງດີຈີຕອນ ເພື່ອສະໜັບສະໜູນການຫັນເປັນເສດຖະກິດສີຂຽວ ແລະ ດິຈິຕອລຂອງອາຊຽນ. ໃຫ້ກຽດເຂົ້າຮ່ວມໃນພິທີອັນສຳຄັນໃນຄັ້ງນີ້ ໂດຍມີ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ພ້ອມດ້ວຍປະທານກຳມາທິການ ເສດຖະກິດ-ການເງິນ ສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ໄຟຟ້າລາວ ພ້ອມດ້ວຍຄະນະ ແລະ ຄະນະຜູ້ບໍລິຫານຂອງທັງສອງຝ່າຍ. ທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ໄດ້ເນັ້ນໜັກເຖິງວິໄສທັດຂອງລາວ ໃນການເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້” ແລະ ທ່ານ ສຸພະໄຊ ເຈຍຣະວະນົນ ປະທານກຳມະການບໍລິສັດ ອັລເຕີຣ໌ວິມ ຈຳກັດ ແລະ ປະທານກຳມະການບໍລິສັດ ແລະ ປະທານເຈົ້າໜ້າທີ່ບໍລິຫານບໍລິສັດ ອະໄຣຊ໌ ເວນເຈີຣ໌ສ ກຣຸ໊ບ ຈຳກັດ ເນັ້ນໜັກວ່າ: ການຮ່ວມມືດັ່ງກ່າວໄດ້ຮັດແໜ້ນການຮ່ວມມືໃນພາກພື້ນ ແລະ ກຳນົດໃຫ້ ສປປ ລາວ ເປັນສູນກາງພະລັງງານສະອາດ. ການຮ່ວມມືດັ່ງກ່າວສະແດງໃຫ້ເຫັນເຖິງບົດບາດການຂະຫຍາຍຕົວຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນການຊຸກຍູ້ຄວາມໝັ້ນຄົງດ້ານພະລັງງານ, ຄວາມຍືນຍົງ, ແລະ ການຫັນເປັນດິຈິຕອລໃນທົ່ວອາຊຽນ, ການເຊື່ອມໂຍງພະລັງງານ, ເຕັກໂນໂລຊີ ແລະ ອຸດສາຫະກຳໃນອະນາຄົດ ເພື່ອສ້າງເສດຖະກິດພາກພື້ນທີ່ຍືນຍົງ. ...

ໃນຕອນເຊົ້າຂອງວັນທີ 13 ເດືອນຕຸລາ 2025 ທ່ານ ບຸນເລີດ ສິນລາດຊະວົງ ອຳນວຍການຝ່າຍການເງິນ-ການບັນຊີ ຕາງໜ້າ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ໄດ້ມອບເງິນເພື່ອເປັນການຊຸກຍູ້ ກອງປະຊຸມໃຫຍ່ ອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ເປັນຈຳນວນເງິນ 300,000,000 ກີບ. ຕາງໜ້າກະຊວງ ຮັບໂດຍ ທ່ານ ນາງ ທອງຈັນ ອະຄະມາເຂດ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍການເປັນສັກຂີພະຍານ ແລະ ມອບໃບກຽດຕິຄຸນໂດຍ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະນຳຂອງກະຊວງ. ...

ວັນທີ 06 ມັງກອນ 2025, ທີ່ ຫໍປະຊຸມແຫ່ງຊາດ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພ້ອມດ້ວຍ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ໄດ້ມອບທຶນຊ່ວຍເຫຼືອລ້າປະກອບສ່ວນເຂົ້າໃນກອງທຶນເພື່ອສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ ຈຳນວນເງິນ 5,000,000,000 ກີບ (ຫ້າພັນລ້ານກີບ), ຕາງໜ້າຮັບໂດຍ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ມອບໂດຍທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ທັງເປັນ ປະທານສະພາບໍລິຫານ ທະນາຄານ ສົ່ງເສີມກະສິກຳ ຈຳກັດ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ບັນດາທ່ານລັດຖະມົນຕີກະຊວງອ້ອມຂ້າງຢ່າງພ້ອມພຽງເຊັ່ນ: ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້. ສໍາລັບຈຸດປະສົງ ແລະ ເຫດຜົນໃນການສ້າງຕັ້ງກອງທຶນດັ່ງກ່າວແມ່ນເພື່ອເປັນການຊຸກຍູ້ສົ່ງເສີມບັນດາວິສາຫະກິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍສະເພາະການຊຸກຍູ້ການດໍາເນີນທຸລະກິດ, ການບໍລິການ, ການຜະລິດສິນຄ້າພາຍໃນທີ່ເປັນຍີ່ຫໍ້ (Brand) ຂອງຄົນລາວ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສາມາດສົ່ງອອກຕ່າງປະເທດ. ທັງນີ້, ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເທື່ອລະກ້າວ ໂດຍລັດຖະບານໄດ້ຢືນຢັນວ່າຈະນຳໃຊ້ເງິນທີ່ໄດ້ຮັບຈາກການປະກອບສ່ວນ ໃຫ້ເປັນປະໂຫຍດສູງສຸດ ແລະ ເປັນໄປຕາມຈຸດປະສົງທີ່ວາງໄວ້ ເພື່ອເຮັດໃຫ້ກອງທຶນດັ່ງກ່າວນັບມື້ນັບເຕີບໃຫຍ່ຂຶ້ນເລື້ອຍໆ. ...

ໃນຕອນບ່າຍຂອງວັນທີ 16 ກັນຍາ 2024, ທີ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພ້ອມດ້ວຍ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ໄດ້ເຂົ້າມອບເງິນຊ່ວຍເຫຼືອ ໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ຈຳນວນ 2,000,000,000 ກີບ ( ສອງພັນລ້ານກີບ ) ເພື່ອສົມທົບເຂົ້າໃນການຊ່ວຍເຫຼືອໃຫ້ແກ່ຜູ້ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ, ຕາງໜ້າຮັບໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມອບໂດຍທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ທັງເປັນ ປະທານສະພາບໍລິຫານ ທະນາຄານ ສົ່ງເສີມກະສິກຳ ຈຳກັດ....