ທາງເລືອກດ້ານ

ພະລັງງານ

ດ້ວຍຄວາມມຸ້ງໝັ້ນໃນການເສີມຂະຫຍາຍພະລັງງານແບບຍືນຍົງ, ກຸ່ມບໍລິສັດພົງຊັບທະວີ ຈຶ່ງໄດ້ຫັນປ່ຽນທຸລະກິດຫຼາຍດ້ານ ກາຍເປັນ ຂະແໜງພະລັງງານນ້ຳ, ຂະແໜງພະລັງງານແສງຕາເວັນ, ຂະແໜງພະລັງງານລົມ, ເຊິ່ງວ່າແຕ່ລະຂະແໜງພະລັງງານໃກ້ຈະບັນລຸເປົ້າໝາຍທີ່ຍິ່ງໃຫຍ່ຂອງບໍລິສັດ ໄດ້ສະທ້ອນໃຫ້ເຫັນເຖິງແນວທາງດ້ານພະລັງງານສະອາດທີ່ເນັ້ນໃສ່ອະນາຄົດ.

ພະລັງງານໄຟຟ້ານໍ້າຕົກ

ນໍາໃຊ້ພະລັງງານຂອງນໍ້າ ເພື່ອພະລັງງານແບບຍືນຍົງ.

ບໍລິສັດ ພົງຊັບທະວີ ກຣຸບ ໄດ້ນຳໃຊ້ທ່າແຮງອັນມະຫາສານຂອງແຫຼ່ງນ້ຳ, ໂດຍການປ່ຽນພະລັງງານການໄຫຫຼຂອງນ້ຳໃຫ້ເປັນກະແສໄຟຟ້າ. ດ້ວຍການກໍ່ສ້າງ ແລະ ການຄຸ້ມຄອງໂຮງງານໄຟຟ້າພະລັງງານນ້ຳຕົກທີ່ທັນສະໄໝ, ກຸ່ມບໍລິສັດ ຈື່ງສາມາດສະໜອງທາງເລືອກດ້ານພະລັງງານທີ່ມີປະສິດທິຜົນ, ທົດແທນໄດ້ ແລະ ມີຄວາມຍືນຍົງ, ເຊີ່ງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ອະນາຄົດທີ່ເປັນມິດຕໍ່ສີ່ງແວດລ້ອມ.

ພະລັງງານແສງອາທິດ

ການ​ເກັບ​ແສງ​ຕາ​ເວັນ​ເພື່ອ​ນຳໄປຜະ​ລິດເປັນພະລັງງານ​ໄຟ​ຟ້າ​ທີ່​ສະ​ອາດ ​ແລະ ສາມາດ​ທົດ​ແທນໄດ້​.

ເມື່ອເລັ່ງເຫັນທ່າແຮງດັ່ງກ່າວ, ບໍລິສັດ ພົງຊັບທະວີ ກຣຸບ ຈື່ງໄດ້ໝູນໃຊ້ພະລັງງານຈາກແສງຕາເວັນທີ່ມີຢູ່ຢ່າງອຸດົມສົມບູນ. ໂດຍການນຳໃຊ້ແຜງໂຊລາທີ່ກ້າວໜ້າ ແລະ ຟາມແສງຕາເວັນ, ກຸ່ມບໍລິສັດ ໄດ້ຫັນປ່ຽນແສງແດດໃຫ້ກາຍເປັນພະລັງງານໄຟຟ້າທີ່ສາມມາດນຳໃຊ້ໄດ້, ເຊີ່ງເປັນທາງເລືອກໜື່ງຂອງພະລັງງານທີ່ສະອາດ ແລະ ຍືນຍົງຫຼາຍຂື້ນ ເຊີ່ງສອດຄ່ອງກັບຄວາມມຸ່ງຫວັງດ້ານການນນຳໃຊ້ພະລັງງານສີຂຽວໃນລະດັບໂລກ.

ພະລັງງານລົມ

ການ​ນໍາ​ໃຊ້ກຳລັງ​ແຮງ​ຂອງສາຍ​ລົມ​ເພື່ອ​ຜະ​ລິດ​ພະ​ລັງ​ງານ​ທີ່​ເປັນ​ມິດ​ຕໍ່ກັບ​ສິ່ງ​ແວດ​ລ້ອມ​.

ໂດຍການເກັບກຳພະລັງງານລົມ, ບໍລິສັດ ພົງຊັບທະວີ ກຣຸບ ໄດ້ມີການລົງທຶນໃນດ້ານພະລັງງານລົມ. ດ້ວຍການຕິດຕັ້ງກັງຫັນລົມຢູ່ໃນຕຳແໜ່ງທີ່ເໝາະສົມທາງຍຸດທະສາດ, ກຸ່ມບໍລິສັດ ຈື່ງສາມາດເກັບກັກລົມ ແລະ ຫັນປ່ຽນພະລັງງານຈາກການໄຫຼຂອງລົມໄປເປັນພະລັງງານໄຟຟ້າ. ໂຄງການລິເລີ່ມນີ້ ບໍ່ພຽງແຕ່ຊ່ວຍເພີ່ມຄວາມຫຼາກຫຼາຍໃນດ້ານທາງເລືອກພະລັງງານທົດແທນຂອງບໍລິສັດເທົ່ານັ້ນ ແຕ່ຍັງໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດທີ່ມີຕໍ່ກັບຄວາມຍືນຍົງດ້ານສິ່ງແວດລ້ອມອີກດ້ວຍ.

ຄັງຮູບພະລັງງານໄຟຟ້ານໍ້າຕົກ

ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງຽບ 3A

ໂຄງການ : ພະລັງງານໄຟຟ້ານໍ້າຕົກ

ໂຄງການໄຟຟ້າພະລັງງານນ້ຳຕົກ ຕັ້ງຢູ່ແຂວງຊຽງຂວາງ, ສປປ ລາວ. ໄລຍະເວລາກໍ່ສ້າງ ແມ່ນເລີ່ມແຕ່ວັນທີ 14 ພຶດສະພາ 2011 ຫາ 20 ສິງຫາ 2014 ເຊິ່ງມີກຳລັງຕິດຕັ້ງ 44 ເມກາວັດ. ແຕ່ເຖີງຢ່າງໃດກໍຕາມ, ໂດຍອີງຕາມຄວາມຕ້ອງການ ແລະ ຄຳແນະນຳຂອງຜູ້ຈ້າງ, ກໍາລັງຕິດຕັ້ງແມ່ນ (2×2.50 MW & 3×13 MW) ໂດຍມີກຳລັງການຜະລິດພະລັງງານຕໍ່ປີ 159.67 GWH/ປີ, ໂດຍອີງຕາມໜ້າທີ່ໄດ້ລະບຸໄວ້ໃນສັນຍາ ແມ່ນການຮັບເໝົາ ອອກແບບ, ກໍ່ສ້າງ, ແລະ ສົ່ງມອບໃຫ້ແກ່ ບໍລິສັດໄຟຟ້ານໍ້າງຽບ 3A ຈໍາກັດ ໂດຍໃນນາມ ບໍລິສັດ ພົງຊັບທະວີ ພາວເວີ ຈຳກັດ

ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊນໍ້ານ້ອຍ 1

ໂຄງການ : ພະລັງງານໄຟຟ້ານໍ້າຕົກ

ໂຄງການໄຟຟ້າພະລັງງານນໍ້າຕົກ ຕັ້ງຢູ່ແຂວງອັດຕະປື, ສປປ ລາວ. ໄລຍະເວລາກໍ່ສ້າງແມ່ນເລີ່ມແຕ່ວັນທີ 05 ທັນວາ 2011 ຫາ 28 ກຸມພາ 2014 ເຊິ່ງມີກໍາລັງຕິດຕັ້ງ 14,8 ເມກາວັດ. ເຖີງຢ່າງໃດກໍຕາມ, ໂດຍອີງຕາມຄວາມຕ້ອງການ ແລະ ຄຳແນະນຳຂອງຜູ້ຈ້າງ, ກໍາລັງຕິດຕັ້ງແມ່ນ (2×7.4 MW) ໂດຍມີກຳລັງການຜະລິດພະລັງງານຕໍ່ປີ 70.118 GWH/ປີ, ໂດຍອີງຕາມໜ້າທີ່ໄດ້ລະບຸໄວ້ໃນສັນຍາ ແມ່ນການຮັບເໝົາ ອອກແບບ, ກໍ່ສ້າງ, ແລະ ສົ່ງມອບ ໃຫ້ແກ່ບໍລິສັດໄຟຟ້າເຊນ້ຳນ້ອຍ 1 ຈໍາກັດ ໂດຍໃນນາມ ບໍລິສັດ ພົງຊັບທະວີ ພາວເວີ ຈຳກັດ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊນ້ຳນ້ອຍ 6

ໂຄງການ : ພະລັງງານໄຟຟ້ານໍ້າຕົກ

ໂຄງການໄຟຟ້າພະລັງງານນ້ຳຕົກ ຕັ້ງຢູ່ແຂວງຈຳປາສັກ, ສປປ ລາວ. ໄລຍະເວລາກໍ່ສ້າງ ແມ່ນເລີ່ມແຕ່ວັນທີ 11 ພະຈິກ 2013 ຫາ 20 ຕຸລາ 2015 ເຊິ່ງມີກຳລັງຕິດຕັ້ງ 5,0 ເມກາວັດ. ແຕ່ເຖີງຢ່າງໃດກໍຕາມ, ໂດຍອີງຕາມຄວາມຕ້ອງການ ແລະ ຄຳແນະນຳຂອງຜູ້ຈ້າງ, ກໍາລັງຕິດຕັ້ງ (2×2.50 MW) ໂດຍມີກຳລັງການຜະລິດພະລັງງານຕໍ່ປີ 27 ຈີກາວັດໂມງ/ປີ, ໂດຍອີງຕາມໜ້າທີ່ໄດ້ລະບຸໄວ້ໃນສັນຍາ ແມ່ນການຮັບເໝົາ ອອກແບບ, ກໍ່ສ້າງ, ແລະ ສົ່ງມອບໃຫ້ກັບ ບໍລິສັດໄຟຟ້ານໍ້າງຽບ 3A ຈໍາກັດ ໂດຍໃນນາມ ບໍລິສັດ ພົງຊັບທະວີ ພາວເວີ ຈຳກັດ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າຊໍາ 3

ໂຄງການ : ພະລັງງານໄຟຟ້ານໍ້າຕົກ

ເຂື່ອນໄຟຟ້ານໍ້າຊໍາ 3 ຕັ້ງຢູ່ເມືອງຊໍາໃຕ້ ແຂວງຫົວພັນ. ມີກຳລັງການຜະລິດ 156 ເມກາວັດ

ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຢຽມ

ໂຄງການ : ພະລັງງານໄຟຟ້ານໍ້າຕົກ

ເຂື່ອນໄຟຟ້າພະລັງງານນໍ້າຕົກ ນ້ຳຢຽມ ຕັ້ງຢູ່ເມືອງໝອກ ແຂວງຊຽງຂວາງ, ມີກຳລັງການຜະລິດ 10.2 MW

ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳໄຕ້

ໂຄງການ : ພະລັງງານໄຟຟ້ານໍ້າຕົກ

ເຂື່ອນໄຟຟ້າພະລັງງານນ້ຳໄຕ້ ຕັ້ງຢູ່ເມືອງທ່າໂທມ, ແຂວງໄຊສົມບູນ, ມີກໍາລັງການຜະລິດ 21 MW ມີຄວາມຄືບໜ້າ 99%.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ຫ້ວຍແກ້ວ

ໂຄງການ : ພະລັງງານໄຟຟ້ານໍ້າຕົກ

 ເຂື່ອນໄຟຟ້າ ຫ້ວຍແກ້ວ ຕັ້ງຢູ່ເມືອງ ພູວົງ, ແຂວງ ອັດຕະປື, ມີກໍາລັງການຜະລິດ 22 ເມກາວັດ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳໂມ 2

ໂຄງການ : ພະລັງງານໄຟຟ້ານໍ້າຕົກ

ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ: ເຂື່ອນໄຟຟ້ານ້ຳໂມ 2 ກຳລັງດຳເນີນການກໍ່ສ້າງ ຢູ່ທີ່ແຂວງຊຽງຂວາງ ເຊີ່ງເປັນແຂວງທີ່ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງ ສປປ ລາວ, ທີ່ຕັ້ງຂອງໂຮງງານໄຟຟ້າດັ່ງກ່າວ ແມ່ນຫ່າງຈາກຈຸດຕັ້ງເຂື່ອນປະມານ 17 ກິໂລແມັດ ດ້ວຍເສັ້ນທາງທີ່ມີຢູ່, ເຊີ່ງຫ່າງຈາກເມືອງໝອກປະມານ 8 ກິໂລແມັດ, ແລະ ຫ່າງຈາກເມືອງໂພນສະຫວັນ ເຊີ່ງເປັນເມືອງເທດສະບານຂອງແຂວງຊຽງຂວາງປະມານ150 ກິໂລແມັດ ແລະ ມີໄລນະ​ຫ່າງ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ປະມານ 296 ກິ​ໂລ​ແມັດ.
​ໂຄງການ​ດັ່ງກ່າວ ມີ​ກຳລັງ​ຕິດຕັ້ງ 120 ເມ​ກາ​ວັດ

ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳບວກ

ໂຄງການ : ພະລັງງານໄຟຟ້ານໍ້າຕົກ

ຕັ້ງຢູ່ ເມືອງໝອກ ແຂວງ, ຊຽງຂວາງ ມີກຳລັງຕິດຕັ້ງ 8.1MW ແລະ ວຽກມີຄວາມຄືບໜ້າ 38.10%
ຄັງຮູບພະລັງງານແສງອາທິດ

ໂຄງການພະລັງງານແສງຕາເວັນ ຊອງລວຍ 1

ໂຄງການ : ພະລັງງານແສງອາທິດ

ໂຄງການພະລັງງານແສງຕາເວັນ ຊອງລວຍ 1
ເຈົ້າຂອງໂຄງການ: ບໍລິສັດຫຸ້ນສ່ວນພະລັງງານແສງຕາເວັນ ບິນ ທວນ (Binh Thuan) (B-Solar JSC)
ສະຖານທີ່ຕັ້ງໂຄງການ: ເມືອງແບັກບິນ (Bac Binh), ແຂວງ ບິນ ທວນ (Binh Thuan), ປະເທດຫວຽດນາມ
ຊັບພະຍາກອນພະລັງງານແສງຕາເວັນ: ສະເລ່ຍ GHI ປະມານ 5.35 kWh/m2/ມື້ (1,954.7 kWh/ມ2/ປີ)
ກຳລັງການຜະລິດຂອງໂຮງງານ: 39 MW AC / 46.71 MWp
ເນື້ອທີ່ດິນ 109 ເຮັກຕາ ໄດ້ມາ. ສໍາລັບໄລຍະທີ 1, (46.757 MWp) ~44.5 ເຮັກຕາ
ພະລັງງານທີ່ຜະລິດໃນປີທີ 1 (PVSYST): ~78.156 ລ້ານກິໂລວັດໂມງ
ອັດຕາສ່ວນປະສິດທິພາບ: 81.07%
ຜູ້ຮັບຊື້: ບໍລິສັດໄຟຟ້າຫວຽດນາມ (EVN)

title :

ໂຄງການ : ພະລັງງານແສງອາທິດ

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.

title :

ໂຄງການ : ພະລັງງານແສງອາທິດ

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.
ຄັງຮູບພະລັງງານລົມ

title :

project :

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.

title :

project :

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.

title :

project :

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.