ແນະນໍາ

ບໍລິສັດ ພົງຊັບທະວີ ກໍ່ສ້າງ ຂົວທາງ ແລະ ຊົນລະປະທານ ຈຳກັດ ຖືກສ້າງຕັ້ງຂຶ້ນໂດຍ ທ່ານ ພົງສະຫວັດ ເສນາພວນ ແລະ ໄດ້ລົງທຶນຈົດທະບຽນ ໃນວັນທີ 1 ເດືອນ ມັງກອນ ປີ 2001 ຊຶ່ງດຳເນີນການພາຍໃຕ້ກົດໝາຍຂອງ ສປປ ລາວ. ທຶນຈົດທະບຽນເບື້ອງຕົ້ນແມ່ນ 1.5 ຕື້ກີບ. ທຸລະກິດທີ່ໄດ້ດຳເນີນການເບື້ອງຕົ້ນແມ່ນການກໍ່ສ້າງຂົວ, ທາງ, ອາຄານ ແລະ ຊົນລະປະທານ.
ໃນປີ 2011, ບໍລິສັດປະສົບຜົນສຳເລັດໃນການເພີ່ມທຶນຈົດທະບຽນຈາກ 1.5 ຕື້ກີບ ເປັນ 15 ຕື້ກີບ, ແລະ ໄດ້ຂະຫຍາຍທຸລະກິດໃຫ້ມີຫຼາຍຂະແໜງ ຂະແໜງບໍ່ແຮ່, ອຸດສາຫະກຳ, ກະສິກຳ, ອະສັງຫາລິມະຊັບ, ການທ່ອງທ່ຽວ ແລະ ພະລັງງານ
ໃນປີ 2021 ໄດ້ປ່ຽນຊື່ບໍລິສັດເປັນ ກຸ່ມບໍລິສັດ ພົງຊັບທະວີຈຳກັດຜູ້ດຽວ ແລະ ໄດ້ເພີ່ມທຶນຈົດທະບຽນຈາກ 15 ຕື້ກີບ ເປັນ 3000 ຕື້ກີບ
ໃນປີ 2023 ກຸ່ມບໍລິສັດ ພົງຊັບທະວີ ກຳລັງດຳເນີນທຸລະກິດພັດທະນາຮັກສາສິ່ງແວດລ້ອມແບບຍືນຍົງ ເຊັ່ນ ຂະແໜງການພະລັງງານ. ພື້ນຖານໂຄງລ່າງ. ທະນາຄານ. ອະສັງຫາລິມະຊັບ. ການທ່ອງທ່ຽວ, ບໍ່ແຮ່, ການຄ້າ, ສັງຫາລິມະຊັບ ແລະ ກະສິກຳແບບຍືນຍົງ. ແຕ່ລະຂະແໜງທຸລະກິດແມ່ນໄດ້ບົ່ງບອກໃຫ້ເຫັນເຖິງຄວາມມູ່ງໝັ້ນຢ່າງຕັ້ງໜ້າຂອງ ກຸ່ມບໍລິສັດ ພົງຊັບທະວີ ເພື່ອການເຕີບໃຫຍ່ຂະຫຍາຍໂຕ ແລະ ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຂອງໂລກ, ເພື່ອຍົກລະດັບ ກຸ່ມບໍລິສັດ ພົງຊັບທະວີ ຢູ່ແຖວໜ້າຂອງການພັດທະນາແບບຍືນຍົງຢູ່ໃນຂົງເຂດ.

ເປົ້າໝາຍ ຫຼື ປະຫວັດຄວາມເປັນມາ

ໃນຕົ້ນປີ 2001, ບໍລິສັດ ພົງຊັບທະວີ ກຣຸບ ຈຳກັດ (PSTG) ໄດ້ຮັບການສ້າງຕັ້ງຂຶ້ນ, ໃນເບື້ອງຕົ້ນ ບໍລິສັດ ໄດ້ສຸມໃສ່ ທຸລະກິດການກໍ່ສ້າງ, ໂດຍສະເພາະໂຄງການປັບປຸງເສັ້ນທາງໃນເຂດຊົນນະບົດ ຈຳນວນຫຼາຍໂຄງການ ໂດຍໄດ້ມີການຮ່ວມມືກັບລັດຖະບານລາວ.

ຮອດ​ປີ 2010, ບໍລິສັດ ​ໄດ້​ປັບປ່ຽນ, ເສີມຂະຫຍາຍ​ຈຸດປະສົງ​ທາງ​ທຸລະ​ກິດໃຫ້ດີຂື້ນ. ການ​ປ່ຽນ​ແປງດັ່ງກ່າວ​ເປັນ​ການ​ຍົກ​ລະດັບ​ຈາກ ການເຮັດ​ສັນຍາ​ການ​ກໍ່ສ້າງແບບ​ພື້ນຖານ​ ໄປ​ສູ່ ​ທຸລະກິດການ​ເຮັດສັນຍາຮັບເໝົາກໍ່ສ້າງທັງໝົດ, ແລ້ວສົ່ງມອບໃຫ້ແກ່ເຈົ້າຂອງໂຄງການ, ແລະ ເກັບເງີນຄືນຈາກເຈົ້າຂອງໂຄງການ ຫຼື ລັດຖະບານ ເຊີ່ງມີລັກຊະນະຄອບຄຸມຫຼາຍຂື້ນ ສຳລັບ​ການ​ກໍ່ສ້າງ​ເສັ້ນທາງ, ອາຄານ, ​ແລະ ​ໂຄງການ​ກໍ່ສ້າວພື້ນຖານ​ໂຄງ​ລ່າງ​ອື່ນໆ. ໃນປີດຽວກັນ, ບໍລິສັດ PSTG ຍັງໄດ້ຂະຫຍາຍຂະແໜງທຸລະກິດດ້ານສັງຫະລິມະຊັບ, ໂດຍໄດ້ມີການປັບປຸງໂຄງສ້າງການຈັດຕັ້ງອົງກອນຂອງຕົນໃຫ້ທັນສະໄໝ.

ໃນປີ 2011, ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ໄດ້ລິເລີ່ມດຳເນີນໂຄງການດ້ານພະລັງງານໄຟຟ້ານ້ໍາຕົກຄັ້ງທໍາອິດ, ໂດຍມີການສົ່ງເສີມຊັບພະຍາກອນໃນດ້ານການອອກແບບ, ການພັດທະນາ, ແລະ ການກໍ່ສ້າງ. ສີ່ງນີ້ໄດ້ກາຍເປັນພື້ນຖານອັນສຳຄັນໃນດ້ານການລົງທຶນຂອງ ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ. ປະຈຸບັນ, ກຸ່ມບໍລິສັດ ມີໂຮງງານພະລັງງານໄຟຟ້ານ້ໍາຕົກຈຳນວນ 4 ແຫ່ງ ໂດຍມີກຳລັງຕິດຕັ້ງ 110 ເມກາວັດ, ແລະ ມີໂຮງງານໄຟຟ້ານໍ້າຕົກທີ່ກໍາລັງດໍາເນີນການກໍ່ສ້າງຈໍານວນ 3 ແຫ່ງ ເຊີ່ງສາມາດຕິດຕັ້ງໄດ້ເພີ່ມອີກ 102 ເມກາວັດ. ຄາດຄະເນວ່າບໍລິສັດ ຈະສາມາດເພີ່ມກຳລັງຕິດຕັ້ງຂຶ້ນອີກໄດ້ເພີ່ມອີກ 293 ເມກາວັດ ຈາກໂຮງງານໄຟຟ້າອີກ 5 ແຫ່ງ ທີ່ກໍາລັງຈະກໍ່ສ້າງ. ເປົ້າໝາຍຂອງບໍລິສັດ ຄືຜະລິດພະລັງງານໄຟຟ້າໃຫ້ໄດ້ທັງໝົດ 1,000 ເມກາວັດ ພາຍໃນປີ 2020, ເຊີ່ງກວມເອົາທັງ ພະລັງງານໄຟຟ້ານ້ຳຕົກ, ພະລັງງານລົມ, ພະລັງງານຈາກແສງຕາເວັນ.

ນັບຕັ້ງແຕ່ປີ 2014, ບໍລິສັດ ໄດ້ມີການຂະຫຍາຍທຸລະກິດອອກເພີ່ມຕື່ມ ໄປສູ່ ທຸລະກິດການຄ້າ ແລະ ທຸລະກິດກະສິກໍາ, ເຊີ່ງສະທ້ອນໃຫ້ເຫັນເຖິງແນວທາງໃນການດຳເນີນທຸລະກິດທີ່ທັນສະໄໝ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງສັງຄົມ.

ປີ 2014 – 2019 ບໍລິສັດ ໄດ້ສຳເລັດການກໍ່ສ້າງ 8 ໂຄງການ: ມີກຳລັງຕິດຕັ້ງທັງໝົດ 233.3 MW ເມກາວັດ.

ມີໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ 12 ແຫ່ງ ທີ່ກໍາລັງຢູ່ໃນລະຫວ່າງການກໍ່ສ້າງ, ໂດຍມີກຳລັງຕິດຕັ້ງທັງໝົດ 436.5 ເມກາວັດ ແລະ ໃນແຜນການທີ່ວາງໄວ້ ຈະປະກອບມີໂຄງການເຂື່ອນໄຟຟ້ານໍ້າຕົກ ຈຳນວນ 55 ແຫ່ງ, ເຊີ່ງຈະມີກຳລັງຕິດຕັ້ງທັງໝົດ 6027.2 ເມກາວັດ ແລະ ນອກຈາກນີ້ ຍັງມີໂຄງການໄຟຟ້າພະລັງງານລົມຈໍານວນ 8 ໂຄງການ ທີ່ໄດ້ວາງແຜນໄວ້ເຊັ່ນກັນ, ເຊິ່ງມີກຳລັງຕິດຕັ້ງທັງໝົດ 4700 ເມກາວັດ.

ວິໄສທັດຂອງກຸ່ມບໍລິສັດ

“ດຳເນີນທຸລະກິດຫຼາຍດ້ານໃນລະດັບສາກົນ, ເປັນຜູ້ນຳໜ້າດ້ານການຜະລິດພະລັງງານສະອາດ ເພື່ອເປັນໝໍ້ໄຟສະໜອງພະລັງງານໄຟຟ້າໃຫ້ແກ່ພາກພື້ນອາຊີ ຕາເວັນອອກສຽງໃຕ້”

ພັນທະກິດຂອງກຸ່ມບໍລິສັດ

“ດຳເນີນທຸລະກິດທີ່ເປັນທຳ ແລະ ເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ເປັນສ່ວນໜຶ່ງຂອງການພັດທະນາເສດຖະກິດຂອງຊາດ”

ຄະນະຜູ້ບໍລິຫານ

ແລະ ບຸກຄະລາກອນທີ່ສຳຄັນ

ບຸກຄົນສຳຄັນ

ຂອງຄະນະກຳມະການບໍລິຫານ

ໂຄງຮ່າງ

ການຈັດຕັ້ງ

An ISO 9001:2015 / 14001:2015 Certified Organisation

ລາງວັນ, ການຮັບຮູ້

ແລະ ການຢັ້ງຢືນ

ກຸ່ມບໍລິສັດພົງຊັບທະວີ ຈໍາກັດຜູ້ດຽວ ສະແດງໃຫ້ເຫັນເຖີງການອຸທິດຕົນຢ່າງໝັ້ນທ່ຽງໃນດ້ານ ຄຸນນະພາບ, ການປົກປັກຮັກສາສິ່ງແວດລ້ອມ, ແລະ ການໃຫ້ບໍລິການທີ່ດີເລີດ. ຜົນ​ສໍາ​ເລັດ​ຂອງ​ກຸ່ມບໍລິສັດ ​​ໄດ້ສົ່ງຜົນເຮັດໃຫ້ໄດ້​ຮັບ​​ການ​ຮັບ​ຮອງມາດຕະຖານ ISO 9001:2015​, ເຊີ່ງສະ​ທ້ອນ​ໃຫ້​ເຫັນ​ເຖິງ​ລະ​ບົບ​ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ທີ່​ເຂັ້ມແຂງ​​. ຄຽງຄູ່ກັນນີ້, ການຢັ້ງຢືນ ISO 14001: 2015 ຍັງໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງກຸ່ມບໍລິສັດ ຕໍ່ກັບແນວທາງການປະຕິບັດທີ່ຄໍານຶງເຖິງສິ່ງແວດລ້ອມ. ລາງວັນຕ່າງໆບໍ່ໄດ້ສິ້ນສຸດຢູ່ເທົ່ານີ້: ການຢັ້ງຢືນລະບົບການຄຸ້ມຄອງທີ່ໄດ້ຮັບການຮັບຮອງຈາກ IAS ແລະ ການຢັ້ງຢືນການບໍລິການລະດັບໂລກ OTABU ແມ່ນເປັນສີ່ງເພີ່ມຕື່ມທີ່ສາມາດພິສູດໃຫ້ເຫັນເຖີງຄວາມສອດຄ່ອງກັນຂອງກຸ່ມບໍລິສັດ ຕໍ່ກັບການປະຕິບັດທີ່ດີລະດັບສາກົນ ແລະ ການຂັບເຄື່ອນທີ່ບໍ່ສິ້ນສຸດ ເພື່ອການບໍລິການທີ່ສົມບູນແບບ.