ທາງເລືອກດ້ານ

ພື້ນຖານໂຄງລ່າງ

ດ້ວຍຄວາມຊ່ຽວຊານທີ່ເປັນພື້ນຖານ, ກຸ່ມບໍລິສັດ ໄດ້ດຳເນີນວຽກງານດ້ານພື້ນຖານໂຄງລ່າງທີ່ກວມເອົາທຸກຢ່າງ ເຊີ່ງນັບຕັ້ງແຕ່ເສັ້ນທາງ ແລະ ຂົວຕ່າງໆ ທີ່ຊ່ວຍໃນການເຊື່ອມຈອດບັນດາຊຸມຊົນຕ່າງໆເຂົ້າຫາກັນ ໄປຈົນເຖິງ ບັນດາຜົນງານອັນພົ້ນເດັ່ນທາງດ້ານສະຖາປັດຕະຍະກຳຂອງບໍລິສັດ.

ການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

ທຸລະກິດກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳ ຂອງກຸ່ມບໍລິສັດ ພົງຊັບທະວີ ຖືໄດ້ວ່າເປັນດັ່ງແສງໄຟນຳທາງ ແຫ່ງຄວາມກ້າວໜ້າແບບຍືນຍົງ. ນັບຕັ້ງແຕ່ຈາກຄວາມເປັນເລີດທາງດ້ານວິສະວະກໍາ ໄປຈົນເຖີງ ຄວາມຮັບຜິດຊອບຕໍ່ກັບສິ່ງແວດລ້ອມ, ໂຄງການຂອງພວກເຮົາເປັນຕົວຢ່າງຂອງການໂຮມຕົວກັນຂອງເຕັກໂນໂລຢີ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ, ໂດຍການສ້າງອະນາຄົດທີ່ສົດໃສ ແລະ ສະອາດຍີ່ງຂື້ນ.

ການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

ທຸລະກິດກໍ່ສ້າງຂົວ ແລະ ທາງ ຂອງກຸ່ມບໍລິສັດພົງຊັບທະວີ ບໍ່ພຽງແຕ່ກ່ຽວຂ້ອງກັບໂຄງສ້າງອາຄານເທົ່ານັ້ນ; ຍັງມີຄວາມກ່ຽວກັບການສ້າງເສັ້ນທາງທີ່ນຳໄປສູ່ຄວາມກ້າວໜ້າ. ເຊີນເຂົ້າ​ຮ່ວມ​ກັບ​ພວກ​ເຮົາ ​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ກຳລັງສ້າງເສັ້ນ​ທາງ​ສໍາ​ລັບ ຊຸມຊົນຕ່າງໆໃຫ້ມີ​ການ​ເຊື່ອມ​ຈອດ​, ມີຄວາມ​ຍືນ​ຍົງ​, ແລະ​ ມີການ​ຂະ​ຫຍາຍ​ຕົວ​.

ການກໍ່ສ້າງອາຄານ

ໃນ​ຂົງ​ເຂດ​ການ​ກໍ່​ສ້າງອາຄານ, ກຸ່ມ​ບໍລິສັດ ພົງ​ຊັບ​ທະ​ວີ ມີຄວາມຊ່ຽວຊານໃນ​ດ້ານ​ການ​ວາງ​ແຜນ, ການ​ອອກ​ແບບ, ​ແລະ ການ​ກໍ່ສ້າງ​ໂຄງສ້າງຕ່າງໆ​ທີ່​ສຳຄັນ. ນັບຕັ້ງແຕ່ການສ້າງສະຖານທີ່ທີ່ພັກອາໄສ ໄປຈົນເຖີງ ການກໍ່ສ້າງສູນການຄ້າ, ໂຄງການຕ່າງໆຂອງພວກເຮົາເປັນຕົວຢ່າງທີ່ຊັດເຈນຂອງ ໂຄງລ່າງທີ່ມີຄວາມແນ່ນອນ.

ຄັງຮູບການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

ໂຄງການສ້າງພະລັງງານໄຟຟ້ານໍ້າຕົກ ນໍ້າຊໍາ 3

ໂຄງການ : ການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

ເຂື່ອນໄຟຟ້ານ້ຳຊຳ 3 ຕັ້ງຢູ່ ເມືອງ ຊຳໃຕ້, ແຂວງ ຫົວພັນ, ຊຶ່ງມີກຳລັງຕິດຕັ້ງ 156 MW

ໂຄງການສ້າງສາຍສົ່ງ 220 kV ຈາກເຂື່ອນໄຟຟ້ານ້ຳຊັນ 3 B ໄປ ປະເທດຫວຽດນາມ

ໂຄງການ : ການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

Transmission line Construction of 220kV from Namsan 3B Hydro-power plant to Vietnam

ໂຄງການເຂື່ອນໄຟຟ້ານ້ຳສັກ

ໂຄງການ : ການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

ສະຖານທີ່ໂຄງການຕັ້ງຢູ່ ເມືອງ ທ່າໂທມ ແຂວງ ໄຊສົມບູນ ຊຶ່ງມີກຳລັງຕິດຕັ້ງ 18 ເມກາວັດ ແລະ ວຽກມີຄວາມຄືບໜ້າ 44.32%

ໂຄງການເຂື່ອນໄຟຟ້ານ້ຳປັງ

ໂຄງການ : ການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

ສະຖານທີ່ໂຄງການຕັ້ງຢູ່ ເມືອງ ໝອກ ແຂວງ ຊຽງຂວາງ ຊຶ່ງມີກຳລັງຕິດຕັ້ງ 9 ເມກາວັດ ແລະ ວຽກມີຄວາມຄືບໜ້າ 10.28%

ໂຄງການເຂື່ອນໄຟຟ້ານ້ຳກ້ຽວ

ໂຄງການ : ການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

ສະຖານທີ່ໂຄງການຕັ້ງຢູ່ ເມືອງ ໝອກ ທິດຕາເວັນອອກສ່ຽງໃຕ້ ຂອງ ແຂວງ ຊຽງຂວາງ ປະມານ 136 km ຈາກຕົວເມືອງ ຊຶ່ງມີກຳລັງຕິດຕັ້ງ 10 ເມກາວັດ ແລະ ວຽກມີຄວາມຄືບໜ້າ 8.71%

ໂຄງການເຂື່ອນໄຟຟ້ານ້ຳຊາວ 2

ໂຄງການ : ການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

ສະຖານທີ່ຕັ້ງຢູ່ ເມືອງ ໝອກ ແຂວງ ຊຽງຂວາງ ຊຶ່ງມີກຳລັງຕິດຕັ້ງ 5 ເມກາວັດ ແລະ ວຽກມີຄວາມຄືບໜ້າ 19.73%

ໂຄງການເຂື່ອນໄຟຟ້ານ້ຳຊາວ 3

ໂຄງການ : ການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

ສະຖານທີ່ຕັ້ງຢູ່ ເມືອງ ໝອກ ແຂວງ ຊຽງຂວາງ ຊຶ່ງມີກຳລັງຕິດຕັ້ງ 12 ເມກາວັດ ແລະ ວຽກມີຄວາມຄືບໜ້າ 59.88%

ໂຄງການເຂື່ອນໄຟຟ້ານ້ຳຊຳ 3 ເອ

ໂຄງການ : ການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ

ສະຖານທີ່ຕັ້ງຢູ່ ເມືອງ ຊຳໃຕ້ ແຂວງ ຫົວພັນ ຊຶ່ງມີກຳລັງຕິດຕັ້ງ 45 ເມກາວັດ ແລະ ວຽກມີຄວາມຄືບໜ້າ 10%
ຄັງຮູບການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

ໂຄງການກໍ່ສ້າງເສັ້ນທາງທີ່ແຂວງອັດຕະປື

ໂຄງການ : ການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

ທັງສອງໂຄງການກໍ່ສ້າງເສັ້ນທາງທີ່ແຂວງອັດຕະປື, ສປປ ລາວ. ມີຄວາມຍາວທັງໝົດ 100,78 ກມ, ກວ້າງ 7 ມ, ເປັນທາງດິນແດງ ຊຶ່ງໄລຍະເວລາຂອງສັນຍາ ເລີ່ມແຕ່ 15 ຕຸລາ 2007 ຫາ 15 ຕຸລາ 2010 ລວມ 30 ເດືອນ, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ..

ໂຄງການກໍ່ສ້າງເສັ້ນທາງຊາຍແດນລາວ ແລະ ກຳປູເຈຍ

ໂຄງການ : ການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

ໂຄງການກໍ່ສ້າງເສັ້ນທາງຊາຍແດນລາວ ແລະ ກຳປູເຈຍ, ທີ່ແຂວງ ຈຳປາສັກ, ສປປ ລາວ. ມີຄວາມຍາວທັງໝົດ 120 ກມ, ກວ້າງ 8 ມ, ເປັນທາງປູແຮ່, ເລກທີ 2024/ຍທຂ.ຈສ, ໄລຍະເວລາຂອງສັນຍາ 36 ເດືອນ, ເລີ່ມແຕ່ 11 ກັນຍາ 2014, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.

ໂຄງການກໍ່ສ້າງເສັ້ນທາງ 1G

ໂຄງການ : ການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

ໂຄງການກໍ່ສ້າງເສັ້ນທາງ 1G ຈາກແຂວງ ສະຫວັນນະເຂດ ຫາ ແຂວງ ສາລະວັນ, ສປປ ລາວ. ມີຄວາມຍາວທັງໝົດ 53.5 ກມ, ກວ້າງ 8 ມ, ເປັນທາງປູຢາງ 2 ຊັ້ນ, ອິງໃສ່ສັນຍາເລກທີ 410A /ຂສຂ, ໄລຍະເວລາຂອງສັນຍາ 48 ເດືອນ, ເລີ່ມແຕ່ 25 ມີນາ 2013, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບຄືນຈາກເຈົ້າຂອງໂຄງການຕາມທີຫລັງ.

ໂຄງການກໍ່ສ້າງເສັ້ນທາງ ໜອງບົວທອງ ຫາ ໜອງບຶກ

ໂຄງການ : ການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

ໂຄງການກໍ່ສ້າງເສັ້ນທາງ ບ້ານໜອງບົວທອງ ຫາ ໜອງບຶກ, ນະຄອນຫລວງວຽງຈັນ, ມີຄວາມຍາວທັງໝົດ 5.3 ກມ, ກວ້າງ 23 ມ, ເປັນເສັ້ນທາງເບຕົງເສີມເຫຼັກມີຄວາມໜາ 25 ຊມ, ຕາມສັນຍາເລກທີ 1890/ຍທຂ.ວ ລົງວັນທີ 2 ມິຖຸນາ 2010, ໃນໄລຍະເວລາ 30 ເດືອນ, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.

ໂຄງການກໍ່ສ້າງເສັ້ນທາງ ໜອງບົວທອງ ຫາ ໜອງບຶກ

ໂຄງການ : ການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

ໂຄງການກໍ່ສ້າງເສັ້ນທາງ ບ້ານໜອງບົວທອງ ຫາ ໜອງບຶກ, ນະຄອນຫລວງວຽງຈັນ, ມີຄວາມຍາວທັງໝົດ 3.6 ກມ, ກວ້າງ 13 ມ, ເປັນເສັ້ນທາງເບຕົງອັດສະຟາມີຄວາມໜາ 5 ຊມ, ຕາມສັນຍາເລກທີ 1890/ຍທຂ.ວ ລົງວັນທີ 2 ມິຖຸນາ 2010, ໃນໄລຍະເວລາ 30 ເດືອນ, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.

ໂຄງການກໍ່ສ້າງເສັ້ນທາງຈາກທ່າໂທມ ຫາ ບ້ານເມືອງງານ

ໂຄງການ : ການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

ໂຄງການກໍ່ສ້າງເສັ້ນທາງຈາກ ທ່າໂທມ ຫາ ບ້ານເມືອງງານ, ທີ່ແຂວງຊຽງຂວາງ, ສປປ ລາວ ມີຄວາມຍາວທັງໝົດ 32 ກມ, ກວ້າງ 8 ມ, ເປັນເສັ້ນທາງປູຫິນແຮ່, ອິງຕາມສັນຍາເລກທີ 2489/ຍທຂ.ຊຂ ໃນໄລຍະເວລາ 30 ເດືອນ, ເລີ່ມແຕ່ວັນທີ 5 ທັນວາ 2013 ຫາ ວັນທີ 4 ມິຖຸນາ 2016, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.

ໂຄງການກໍ່ສ້າງເສັ້ນທາງທີ່ແຂວງໄຊສົມບູນ

ໂຄງການ : ການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

ທັງສອງໂຄງການກໍ່ສ້າງເສັ້ນທາງທີ່ ແຂວງໄຊສົມບຸນ, ສປປ ລາວ. ຕາມສັນຍາເລກທີ 789/ຍທຂ.ຊບ, ລົງວັນທີ 19 ກຸມພາ 2015 ມີຄວາມຍາວທັງໝົດ 1,676 ກມ, ກວ້າງ 8 ມ, ເປັນທາງເບຕົງເສີມເຫຼັກ ແລະ ຕາມສັນຍາເລກທີ 1261/ຍທຂ.ຊບ, ລົງວັນທີ 28 ພຶດສະພາ 2015 ມີຄວາມຍາວທັງໝົດ 19 ກມ, ກວ້າງ 7 ມ, ເປັນທາງປູຢາງ 2 ຊັ້ນ. ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.

ໂຄງການກໍ່ສ້າງເສັ້ນທາງ ຖະໜົນ ຕັດໃໝ່ ໜອງບົວທອງ - ໜອງບຶກ

ໂຄງການ : ການກໍ່ສ້າງຂົວ ແລະ ຖະໜົນຫົນທາງ

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.
ຄັງຮູບການກໍ່ສ້າງອາຄານ

ບໍລິສັດກໍ່ສ້າງອາຄານ ພົງຊັບທະວີ

ໂຄງການ : ການກໍ່ສ້າງອາຄານ

ບໍລິສັດກໍ່ສ້າງອາຄານ ພົງຊັບທະວີ ມີທີມງານສະຖາປະນິກ ແລະ ວິສະວະກອນທີ່ມີຄວາມຊໍານິຊໍານານແລະ ມີປະສົບການສູງ ໃນການສະໜອງການບໍລິການດ້ານການສໍາຫຼວດ, ສະຖາປັດຕະຍະກໍາ ແລະ ການອອກແບບພາຍໃນ. ພວກເຮົາມີຄວາມມຸ້ງໝັ້ນໃນການປັບປຸງ ແລະ ພັດທະນາການບໍລິການຂອງພວກເຮົາ ເພື່ອຫຼຸດຜ່ອນຕົ້ນທຶນໃນທຸກໆຂະບວນຂອງການອອກແບບ ແລະ ການກໍ່ສ້າງສໍາລັບລູກຄ້າຂອງພວກເຮົາ. ສີ່ງນີ້ຈື່ງເປັນແຮງຊຸກຍູ້ໃຫ້ບໍລິສັດຂອງພວກເຮົາ ມີການພັດທະນາການໃຫ້ບໍລິການດ້ານການກໍ່ສ້າງທີ່ຄົບຊຸດ ເຊີ່ງລວມີ: ການສຳຫຼວດ, ອອກແບບ-ກໍ່ສ້າງ ແລະ ໃຫ້ຄຳໝັ້ນສັນຍາທີ່ຈະສະໜອງສະຖາປັດຕະຍະກຳທີ່ທັນສະໄໝປະກອບດ້ວຍຄຸນນະພາບ ແລະ ຈັນຍາບັນ. ຄຽງຄູ່ກັນນັ້ນ, ບໍລິສັດກໍ່ສ້າງອາຄານ ພົງຊັບທະວີ ແມ່ນມີຈຸດມຸ້ງໝາຍໃນສ້າງການອອກແບບອາຄານທີ່ມີຄວາມຫຼາກຫຼາຍ ມີຄວາມເປັນເອກະລັກ, ແລະ ສືບຕໍ່ປັບປຸງ ແລະ ນຳໃຊ້ຄວາມຊຳນານທາງດ້ານເຕັກນິກ ແລະ ເຕັກໂນໂລຊີຈາກຕ່າງປະເທດ ເພື່ອສະໜອງການບໍລິການດ້ານການກໍ່ສ້າງໃຫ້ມີຄຸນນະພາບ ແລະ ດີເລີດ.

title :

project :

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.

title :

project :

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.