ໃນຕອນບ່າຍຂອງວັນທີ 16 ກັນຍາ 2024, ທີ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພ້ອມດ້ວຍ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ໄດ້ເຂົ້າມອບເງິນຊ່ວຍເຫຼືອ ໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ຈຳນວນ 2,000,000,000 ກີບ ( ສອງພັນລ້ານກີບ ) ເພື່ອສົມທົບເຂົ້າໃນການຊ່ວຍເຫຼືອໃຫ້ແກ່ຜູ້ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ, ຕາງໜ້າຮັບໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມອບໂດຍທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ທັງເປັນ ປະທານສະພາບໍລິຫານ ທະນາຄານ ສົ່ງເສີມກະສິກຳ ຈຳກັດ.