ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ(ສປປລາວ) ແລະ ບໍລິສັດ ອັລເຕີຣ໌ວິມ ຈຳກັດ(ຣາຊະອານາຈັກໄທ) ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU)

ໃນກາງເດືອນພຶດສະພານີ້, ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ (ສປປລາວ) ແລະ ບໍລິສັດ ອັລເຕີຣ໌ວິມ ຈຳກັດ (ຣາຊະອານາຈັກໄທ) ເຊິ່ງເປັນບໍລິສັດໃນກຸ່ມບໍລິສັດ ຈະເລີນ ໂພກະພັນ ຫຼື ຊີພີ ກຣຸ໊ບ ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນພັດທະນາໂຄງການພະລັງງານໄຟຟ້າສະອາດຢູ່ ສປປ ລາວ. ຂໍ້ລິເລີ່ມດັ່ງກ່າວລວມມີພະລັງງານໄຟຟ້ານ້ຳຕົກ, ພະລັງງານລົມ ແລະ ພະລັງງານແສງຕາເວັນ, ຄຽງຄູ່ກັບການລົງທຶນໃນ AI, ສູນຂໍ້ມູນ ແລະ ພື້ນຖານໂຄງລ່າງດີຈີຕອນ ເພື່ອສະໜັບສະໜູນການຫັນເປັນເສດຖະກິດສີຂຽວ ແລະ ດິຈິຕອລຂອງອາຊຽນ. ໃຫ້ກຽດເຂົ້າຮ່ວມໃນພິທີອັນສຳຄັນໃນຄັ້ງນີ້ ໂດຍມີ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ພ້ອມດ້ວຍປະທານກຳມາທິການ ເສດຖະກິດ-ການເງິນ ສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ໄຟຟ້າລາວ ພ້ອມດ້ວຍຄະນະ ແລະ ຄະນະຜູ້ບໍລິຫານຂອງທັງສອງຝ່າຍ. ທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ໄດ້ເນັ້ນໜັກເຖິງວິໄສທັດຂອງລາວ ໃນການເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້” ແລະ ທ່ານ ສຸພະໄຊ ເຈຍຣະວະນົນ ປະທານກຳມະການບໍລິສັດ ອັລເຕີຣ໌ວິມ ຈຳກັດ ແລະ ປະທານກຳມະການບໍລິສັດ ແລະ ປະທານເຈົ້າໜ້າທີ່ບໍລິຫານບໍລິສັດ ອະໄຣຊ໌ ເວນເຈີຣ໌ສ ກຣຸ໊ບ ຈຳກັດ ເນັ້ນໜັກວ່າ: ການຮ່ວມມືດັ່ງກ່າວໄດ້ຮັດແໜ້ນການຮ່ວມມືໃນພາກພື້ນ ແລະ ກຳນົດໃຫ້ ສປປ ລາວ ເປັນສູນກາງພະລັງງານສະອາດ. ການຮ່ວມມືດັ່ງກ່າວສະແດງໃຫ້ເຫັນເຖິງບົດບາດການຂະຫຍາຍຕົວຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນການຊຸກຍູ້ຄວາມໝັ້ນຄົງດ້ານພະລັງງານ, ຄວາມຍືນຍົງ, ແລະ ການຫັນເປັນດິຈິຕອລໃນທົ່ວອາຊຽນ, ການເຊື່ອມໂຍງພະລັງງານ, ເຕັກໂນໂລຊີ ແລະ ອຸດສາຫະກຳໃນອະນາຄົດ ເພື່ອສ້າງເສດຖະກິດພາກພື້ນທີ່ຍືນຍົງ.