ວັນທີ 06 ມັງກອນ 2025, ທີ່ ຫໍປະຊຸມແຫ່ງຊາດ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພ້ອມດ້ວຍ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ໄດ້ມອບທຶນຊ່ວຍເຫຼືອລ້າປະກອບສ່ວນເຂົ້າໃນກອງທຶນເພື່ອສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ ຈຳນວນເງິນ 5,000,000,000 ກີບ (ຫ້າພັນລ້ານກີບ), ຕາງໜ້າຮັບໂດຍ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ມອບໂດຍທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ທັງເປັນ ປະທານສະພາບໍລິຫານ ທະນາຄານ ສົ່ງເສີມກະສິກຳ ຈຳກັດ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ບັນດາທ່ານລັດຖະມົນຕີກະຊວງອ້ອມຂ້າງຢ່າງພ້ອມພຽງເຊັ່ນ: ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້. ສໍາລັບຈຸດປະສົງ ແລະ ເຫດຜົນໃນການສ້າງຕັ້ງກອງທຶນດັ່ງກ່າວແມ່ນເພື່ອເປັນການຊຸກຍູ້ສົ່ງເສີມບັນດາວິສາຫະກິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍສະເພາະການຊຸກຍູ້ການດໍາເນີນທຸລະກິດ, ການບໍລິການ, ການຜະລິດສິນຄ້າພາຍໃນທີ່ເປັນຍີ່ຫໍ້ (Brand) ຂອງຄົນລາວ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສາມາດສົ່ງອອກຕ່າງປະເທດ. ທັງນີ້, ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເທື່ອລະກ້າວ ໂດຍລັດຖະບານໄດ້ຢືນຢັນວ່າຈະນຳໃຊ້ເງິນທີ່ໄດ້ຮັບຈາກການປະກອບສ່ວນ ໃຫ້ເປັນປະໂຫຍດສູງສຸດ ແລະ ເປັນໄປຕາມຈຸດປະສົງທີ່ວາງໄວ້ ເພື່ອເຮັດໃຫ້ກອງທຶນດັ່ງກ່າວນັບມື້ນັບເຕີບໃຫຍ່ຂຶ້ນເລື້ອຍໆ.