ໃນຕອນເຊົ້າຂອງວັນທີ 13 ເດືອນຕຸລາ 2025 ທ່ານ ບຸນເລີດ ສິນລາດຊະວົງ ອຳນວຍການຝ່າຍການເງິນ-ການບັນຊີ ຕາງໜ້າ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ໄດ້ມອບເງິນເພື່ອເປັນການຊຸກຍູ້ ກອງປະຊຸມໃຫຍ່ ອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ເປັນຈຳນວນເງິນ 300,000,000 ກີບ. ຕາງໜ້າກະຊວງ ຮັບໂດຍ ທ່ານ ນາງ ທອງຈັນ ອະຄະມາເຂດ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍການເປັນສັກຂີພະຍານ ແລະ ມອບໃບກຽດຕິຄຸນໂດຍ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະນຳຂອງກະຊວງ.