ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ມອບເງິນສະໜັບສະໜູນ ການແຂ່ງຂັນກິລາກ໊ອຟ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ມອບເງິນສະໜັບສະໜູນ ການແຂ່ງຂັນກິລາກ໊ອຟ ເພື່ອສະເຫຼີມສະຫຼອງວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ ຄົບຮອບ 159 ປີ (1865-2024) ຕາງໜ້າມອບໂດຍ ທ່ານ ສົມລັດ ເມກອາກາດ ຜູ້ອຳນວຍການ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ແລະ ຕາງໜ້າຮັບໂດຍ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດ​ຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ