ບໍລິສັດ ພົງຊັບທະວີ ຈະກາຍເປັນຜູ້ຈຳໜ່າຍ ລົດຍົນ VinFast ໃນປະເທດລາວ

Vinfast ແບຣນລົດສັນຊາດຫວຽດນາມ , ຈະເລີ່ມເຂົ້າສູ່ ສປປລາວ ເປັນປະເທດທໍາອິດໃນອາຊຽນ ,ຫລັງຈາກສະຫະລັດອາເມລິກາ, ການາດາ, ອົດສະຕາລີ …

ປະເທດລາວແມ່ນຕະຫຼາດອາຊຽນ ທຳອິດທີ່ຫວຽດນາມຕັ້ງເປົ້າໝາຍ.

ມື້ນີ້ (28 ມິຖຸນາ), ບໍລິສັດ VinFast Business, Trading and Service Co. , Ltd ແລະ Phongsupthavy Group Co. , Ltd ຂອງລາວໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນການຈຳໜ່າຍ ຍານພາຫະນະໃນລາວ.

ບໍລິສັດ ພົງຊັບທະວີ Phongsupthavy ຈະກາຍເປັນຜູ້ຈຳໜ່າຍ ລົດຍົນ VinFast ໃນປະເທດລາວ ,ໂດຍຜ່ານລະບົບຕົວແທນຈຳໜ່າຍ

ຂໍ້ຕົກລົງດັ່ງກ່າວໄດ້ມີຂຶ້ນຈາກການຢ້ຽມຢາມ ຂອງປະທານປະເທດ ສປປລາວ ທີ່ ສສ.ຫວຽດນາມ ຢ່າງເປັນທາງການ 28-29/06/2021.

ກຸ່ມ ບໍລິສັດ ພົງຊັບທະວີ ມອບລົດ FORD RANGER 4WD ໃຫ້ແນ່ ກະຊວງສາທາລະນະສຸກ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ

ມອບລົດກະບະ 4 ປະຕູ FORD RANGER 4WD ຈຳນວນ 3 ຄັນ ເພື່ອເກັບຕົວຢ່າງພະຍາດໂຄວິດ 19 ໃຫ້ແກ່ ກະຊວງສາທາລະນະສຸກ ເພື່ອຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນ ພະຍາດ Covid-19 ມູນຄ່າ 1,183,880,000 ກີບ ແລະ ມອບເງິນສົດ ຈຳນວນ 1,000,000,000 ກີບ ມອບໃຫ້ແພດໝໍໃນການປະຕິບັດວຽກງານ ຈຳນວນ 100,000 ກີບ/ມື້/ຄົນ ລວມມູນຄ່າທັງໝົດ 2,183,880,000 ກີບ

ກຸ່ມ ບໍລິສັດ ພົງຊັບທະວີ ມອບເຄື່ອງປ້ອງກັນ ໂຄວິດ 19 ໃຫ້ແກ່ ແຂວງ ເຊກອງ

ກຸ່ມ ບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ

ມອບເຄື່ອງປ້ອງກັນ ໂຄວິດ 19 ໃຫ້ແກ່ ແຂວງ ເຊກອງ ( ຜ້າປີດປາກ-ດັງ ຈຳນວນ 10 ແກັດ, ເຈວລ້າງມື ຈຳນວນ 390 ກ໋ອງ ) ມູນຄ່າ 30,000,000 ກີບ ແລະ ເງິນສົດ ຈຳນວນ 50,000,000 ກີບ ລວມມູນຄ່າທັງໝົດ 80,000,000 ກີບ

ກຸ່ມ ບໍລິສັດ ພົງຊັບທະວີ ມອບເຄື່ອງປ້ອງກັນ ໂຄວິດ 19 ໃຫ້ແກ່ ແຂວງ ໄຊຍະບູລີ

ກຸ່ມ ບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ

ມອບເຄື່ອງປ້ອງກັນ ໂຄວິດ 19 ໃຫ້ແກ່ ແຂວງ ໄຊຍະບູລີ ( ຜ້າປີດປາກ-ດັງ ຈຳນວນ 10 ແກັດ, ເຈວລ້າງມື ຈຳນວນ 390 ກ໋ອງ ) ມູນຄ່າ 30,000,000 ກີບ ແລະ ເງິນສົດ ຈຳນວນ 50,000,000 ກີບ ລວມມູນຄ່າທັງໝົດ 80,000,000 ກີບ

ກຸ່ມບໍລິສັດ ພົງຊັບທະວີ ມອບເຄື່ອງປ້ອງກັນ ໂຄວິດ19 ໃຫ້ແກ່ ແຂວງຈຳປາສັກ

ກຸ່ມ ບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ມອບເຄື່ອງປ້ອງກັນ ໂຄວິດ 19 ໃຫ້ແກ່ ແຂວງ ຈຳປາສັກ ( ຜ້າປີດປາກ-ດັງ ຈຳນວນ 10 ແກັດ, ເຈວລ້າງມື ຈຳນວນ 400 ກ໋ອງ ) ມູນຄ່າ 60,000,000 ກີບ ແລະ ເງິນສົດ ຈຳນວນ 50,000,000 ກີບ ລວມມູນຄ່າທັງໝົດ 110,000,000 ກີບ

ພິທີເຊັນສັນຍາ ພະແນກແຜນການ ແລະ ການລົງທຶນ ແຂວງ ຊຽງຂວາງ ກັບ ກຸ່ມບໍລິສັດພົງຊັບທະວີ

ພິທີເຊັນສັນຍາ

ວ່າດ້ວຍການລົງທຶນພັດທະນາ ແລະ ການຄຸ້ມຄອງໂຄງການ ເຂື່ອນໄຟຟ້ານ້ຳໂມ້ 2A, ນ້ຳຈ້າວ 2, ນ້ຳກ້ຽວ, ນ້ຳຊາຍ, ນ້ຳບວກ ແລະ ນ້ຳຢ້ຽມ ຢູ່ເມືອງ ໝອກ ແຂວງ ຊຽງຂວາງ ລະຫວ່າງ ອົງການປົກຄອງແຂວງ ຊຽງຂວາງ ຕາງໜ້າໂດຍ ພະແນກ ແຜນການ ແລະ ການລົງທຶນແຂວງ ແລະ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ທີ່ ແຂວງ ຊຽງຂວາງ ຄັ້ງວັນທີ 18 ທັນວາ 2020

ພິທີເຊັນ (MOU) ໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ

ແບບປະສົມປະສານກັບການຜະລິດຂອງເຂື່ອນໄຟຟ້າ ລວມມີກຳລັງຕິດຕັ້ງ 1,180 MWh ຢູ່ແຂວງ ໄຊສົມບູນ, ແຂວງ ຫົວພັນ, ແຂວງ ສະຫວັນນະເຂດ, ແຂວງ ເຊກອງ ແລະ ແຂວງ ອັດຕະປື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ, ນະຄອນຫຼວງວຽງຈັນ, ວັນທີ 12 ສິງຫາ 2020

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ໃຫ້ແກ່ ຫົວພັນ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ໃຫ້ແກ່ ຫົວພັນ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ເພື່ອຮັບໃຊ້ໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດ ( COVID-19 ) ໂດຍມີໜ້າກາກອະນາໄມທາງການແພດ, ໜ້າກາກ N95 , ຊຸດປ້ອງກັນ ( PPE ) ທຳມພດາຄົບຊຸດ, ຊຸດປ້ອງກັນ ( PPE ) 3M, ເຈວລ້າງມື, ເຄື່ອງແທກອຸນຫະພູມ, ຖົງມື, ເຫຼົ້າ 90 ແລະ ເງິນສົດ ລວມທັງໝົດເປັນມູນຄ່າ 228,250,000 ກີບ