ພິທີເຊັນສັນຍາ ຊື້-ຂາຍໄຟຟ້າ ເຂື່ອນນ້ຳຊຳ3

ພິທີເຊັນສັນຍາ ຊື້-ຂາຍໄຟຟ້າ ເຂື່ອນນ້ຳຊຳ3 ຢູ່ແຂວງ ຫົວພັນ

ໃນໂອກາດສະຫາຍ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ່ 24-25 ມິຖຸນາ 2019, ໂອກາດນີ້ ສະຫາຍ ຈິງ ດິງ ຢຸງ ຮອງນາຍົກລັດຖະມົນຕີ ສສຫວຽດນາມ ກໍ່ໄດ້ພົບປະກັບ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ແລະ ພາຍຫລັງສຳເລັດການພົບສອງຝ່າຍຮອງນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ກໍ່ໄດ້ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາການຊື້-ຂາຍໄຟຟ້າ ເຂື່ອນໄຟຟ້ານ້ຳຊຳ 3 ລະຫວ່າງ ທ່ານ ພົງສະຫວັດ ເສນາພວນ ອຳນວຍການໃຫຍ່ ບໍລິສັດນ້ຳຊຳ ທີ່ຂຶ້ນກັບ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ແລະ ທ່ານ ເຈີນ ດິງ ເຢີ້ນ ( Mr Tran Dinh Nhan ) ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າ ຫວຽດນາມ, ໂດຍມີພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການເຂື່ອນໄຟຟ້າ ນ້ຳຊຳ3 ຕັ້ງຢູ່ເມືອງຊຳໃຕ້, ແຂວງຫົວພັນ ເຂື່ອນດັ່ງກ່າວເປັນເຂື່ອນຫິນຖົມ ແລະ ລາດໜ້າດ້ວຍເບຕົງ, ມີຄວາມສູງ 120 ແມັດ, ສາມາດເກັບນ້ຳໄດ້ 443 ລ້ານແມັດກ້ອນ, ມີກຳລັງຕິດຕັ້ງ 156 ເມກາວັດ, ສາມາດຜະລິດໄຟຟ້າໄດ້ 626 ກິໂລວັດໂມງຕໍ່ປີ ກະແສໄຟຟ້າສົ່ງຂາຍໄປຫວຽດນາມດ້ວຍລະບົບສາຍສົ່ງ 220 ກິໂລໂວນ, ຄວາມຍາວສາຍສົ່ງຈາກໂຄງການໄປຫາຊາຍແດນ 40 ກິໂລແມັດ.

Posted in Uncategorized.