ທຸລະກິດພວກເຮົາ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ
ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ເປັນບໍລິສັດເອກະຊົນລາວ ທີ່ໄດ້ສ້າງຕັ້ງຂຶ້ນໃນ ສປປ ລາວ ແລະ ດຳເນີນທຸລະກິດ ພາຍໃຕ້ການຄຸ້ມຄອງຂອງກົດໝາຍແຫ່ງ ສປປ ລາວ ນັບແຕ່ປີ 2001 ເປັນຕົ້ນມາ, ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ເປັນບໍລິສັດໜຶ່ງທີ່ມີປະສົບຜົນສຳເລັດຈາກທຸລະກິດກໍ່ສ້າງ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ໃນວົງການທຸລະກິດໃນ ສປປ ລາວ. ເຖິງຢ່າງໃດກໍຕາມ ຈາກຄວາມພະຍາຍາມ, ຄວາມສາມາດ ແລະ ຄວາມຊຳນານ ໃນການບໍລິຫານຈັດການຂອງ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພາໃຫ້ເກີດໝາກຜົນແຫ່ງຄວາມສຳເລັດ.
ມາຮອດປະຈຸບັນ ທາງກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຊຶ່ງໄດ້ສຳເລັດ ຂັ້ນຕອນໃນການສຶກສາ, ລວບລວມຂໍ້ມູນ ຈິ່ງໄດ້ມີການຕັດສິນໃຈອັນສູງສົ່ງ ໃນການລົງທຶນໂດຍສະເພາະທາງດ້ານພະລັງງານເຊັ່ນ: ພະລັງງານນ້ຳ, ພະລັງງານແສງອາທິດ, ພະລັງງານລົມ ແລະ ພະລັງງານຖ່ານຫິນ.
ທຸລະກິດຂອງພວກເຮົາ ແມ່ນມີຈຸດປະສົງເພື່ອຕອບສະໜອງໃຫ້ແກ່ລູກຄ້າ ແລະ ພຽງພໍກັບຄວາມຕ້ອງການໃນພາກພື້ນປະເທດລາວ ແລະ ແຜ່ຂະຫຍາຍໄປສູ່ບັນດາປະເທດຕ່າງໆ ໃນພາກພື້ນເອເຊຍ.
