ກໍ່ສ້າງຂົວທາງ
ໂຄງການກໍ່ສ້າງເສັ້ນທາງທີ່ແຂວງອັດຕະປື
ທັງສອງໂຄງການກໍ່ສ້າງເສັ້ນທາງທີ່ແຂວງອັດຕະປື, ສປປ ລາວ. ມີຄວາມຍາວທັງໝົດ 100,78 ກມ, ກວ້າງ 7 ມ, ເປັນທາງດິນແດງ ຊຶ່ງໄລຍະເວລາຂອງສັນຍາ ເລີ່ມແຕ່ 15 ຕຸລາ 2007 ຫາ 15 ຕຸລາ 2010 ລວມ 30 ເດືອນ, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.
ໂຄງການກໍ່ສ້າງເສັ້ນທາງຊາຍແດນລາວ ແລະ ກຳປູເຈຍ
ໂຄງການກໍ່ສ້າງເສັ້ນທາງຊາຍແດນລາວ ແລະ ກຳປູເຈຍ, ທີ່ແຂວງ ຈຳປາສັກ, ສປປ ລາວ. ມີຄວາມຍາວທັງໝົດ 120 ກມ, ກວ້າງ 8 ມ, ເປັນທາງປູແຮ່, ເລກທີ 2024/ຍທຂ.ຈສ, ໄລຍະເວລາຂອງສັນຍາ 36 ເດືອນ, ເລີ່ມແຕ່ 11 ກັນຍາ 2014, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.
ໂຄງການກໍ່ສ້າງເສັ້ນທາງ 1G
ໂຄງການກໍ່ສ້າງເສັ້ນທາງ 1G ຈາກແຂວງ ສະຫວັນນະເຂດ ຫາ ແຂວງ ສາລະວັນ, ສປປ ລາວ. ມີຄວາມຍາວທັງໝົດ 53.5 ກມ, ກວ້າງ 8 ມ, ເປັນທາງປູຢາງ 2 ຊັ້ນ, ອິງໃສ່ສັນຍາເລກທີ 410A /ຂສຂ, ໄລຍະເວລາຂອງສັນຍາ 48 ເດືອນ, ເລີ່ມແຕ່ 25 ມີນາ 2013, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບຄືນຈາກເຈົ້າຂອງໂຄງການຕາມທີຫລັງ.
ໂຄງການກໍ່ສ້າງເສັ້ນທາງ ໜອງບົວທອງ ຫາ ໜອງບຶກ
ໂຄງການກໍ່ສ້າງເສັ້ນທາງ ບ້ານໜອງບົວທອງ ຫາ ໜອງບຶກ, ນະຄອນຫລວງວຽງຈັນ, ມີຄວາມຍາວທັງໝົດ 5.3 ກມ, ກວ້າງ 23 ມ, ເປັນເສັ້ນທາງເບຕົງເສີມເຫຼັກມີຄວາມໜາ 25 ຊມ, ຕາມສັນຍາເລກທີ 1890/ຍທຂ.ວ ລົງວັນທີ 2 ມິຖຸນາ 2010, ໃນໄລຍະເວລາ 30 ເດືອນ, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.
ໂຄງການກໍ່ສ້າງເສັ້ນທາງ ໜອງບົວທອງ ຫາ ໜອງບຶກ
ໂຄງການກໍ່ສ້າງເສັ້ນທາງ ບ້ານໜອງບົວທອງ ຫາ ໜອງບຶກ, ນະຄອນຫລວງວຽງຈັນ, ມີຄວາມຍາວທັງໝົດ 3.6 ກມ, ກວ້າງ 13 ມ, ເປັນເສັ້ນທາງເບຕົງອັດສະຟາມີຄວາມໜາ 5 ຊມ, ຕາມສັນຍາເລກທີ 1890/ຍທຂ.ວ ລົງວັນທີ 2 ມິຖຸນາ 2010, ໃນໄລຍະເວລາ 30 ເດືອນ, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.
ໂຄງການກໍ່ສ້າງເສັ້ນທາງຈາກທ່າໂທມ ຫາ ບ້ານເມືອງງານ
ໂຄງການກໍ່ສ້າງເສັ້ນທາງຈາກ ທ່າໂທມ ຫາ ບ້ານເມືອງງານ, ທີ່ແຂວງຊຽງຂວາງ, ສປປ ລາວ ມີຄວາມຍາວທັງໝົດ 32 ກມ, ກວ້າງ 8 ມ, ເປັນເສັ້ນທາງປູຫິນແຮ່, ອິງຕາມສັນຍາເລກທີ 2489/ຍທຂ.ຊຂ ໃນໄລຍະເວລາ 30 ເດືອນ, ເລີ່ມແຕ່ວັນທີ 5 ທັນວາ 2013 ຫາ ວັນທີ 4 ມິຖຸນາ 2016, ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.
ໂຄງການກໍ່ສ້າງເສັ້ນທາງທີ່ແຂວງໄຊສົມບູນ
ທັງສອງໂຄງການກໍ່ສ້າງເສັ້ນທາງທີ່ ແຂວງໄຊສົມບຸນ, ສປປ ລາວ. ຕາມສັນຍາເລກທີ 789/ຍທຂ.ຊບ, ລົງວັນທີ 19 ກຸມພາ 2015 ມີຄວາມຍາວທັງໝົດ 1,676 ກມ, ກວ້າງ 8 ມ, ເປັນທາງເບຕົງເສີມເຫຼັກ ແລະ ຕາມສັນຍາເລກທີ 1261/ຍທຂ.ຊບ, ລົງວັນທີ 28 ພຶດສະພາ 2015 ມີຄວາມຍາວທັງໝົດ 19 ກມ, ກວ້າງ 7 ມ, ເປັນທາງປູຢາງ 2 ຊັ້ນ. ເຊິ່ງດຳເນີນວຽກໃນຮູບແບບສັນຍາເຊັ່ນ: ກໍ່ສ້າງສຳເລັດ, ສົ່ງມອບໃຫ້ເຈົ້າຂອງໂຄງການ ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການຕາມທີຫລັງ.